ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ເນື່ອງໄລຍະວັນທີ 30 ທັນວາ 2021 ຫາ ວັນທີ 3 ມັງກອນ 2022 ເປັນຊ່ວງເທດສະການປີໃຫມ່ສາກົນ, ຜູ້ທີ່ສົນໃຈໄປເດີນທາງດ້ວຍລົດໄຟຈະເພີ່ມຂຶ້ນ, ດັ່ງນັ້ນ ຜ່ານການຄົ້ນຄວ້າຂອງທາງບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ເຫັນວ່າ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ຜູ້ເດີນທາງຕ່າງໆ ຈຶ່ງມີຄວາມຈໍາເປັນທີ່ຈະເພີ່ມຖ້ຽວລົດໄຟ ດັ່ງມີລາຍລະອຽດລຸ່ມນີ້:
1. ຂະບວນລົດໄຟ C82/C81, ນະຄອນຫຼວງວຽງຈັນ-ໂພນໂຮງ-ວັງວຽງ-ຫຼວງພະບາງ-ເມືອງໄຊ-ບໍ່ເຕ່ນ, ຊຶ່ງຈະອອກຈາກນະຄອນຫລວງວຽງຈັນເວລາ 08:00 ໂມງ ເປັນຖ້ຽວແລ່ນປົກກະຕິ.
2. ຂະບວນລົດໄຟ C84/C83, ນະຄອນຫຼວງວຽງຈັນ-ຫຼວງພະບາງ, ຊຶ່ງຈະອອກຈາກນະຄອນຫລວງວຽງຈັນ ເວລາ 16:00 ໂມງ ເປັນຖ້ຽວແລ່ນປົກກະຕິ.
3. ຂະບວນລົດໄຟ C88/C87, ນະຄອນຫຼວງວຽງຈັນ-ໂພນໂຮງ-ວັງວຽງ-ຫຼວງພະບາງ-ເມືອງໄຊ-ບໍ່ເຕ່ນ, ຊຶ່ງຈະອອກຈາກນະຄອນຫລວງວຽງຈັນເວລາ 09:00 ໂມງ ເປັນຖ້ຽວເພີ່ມ.
ລາຍລະອຽດໂມງການແລ່ນລົດໄຟມີດັ່ງລຸ່ມນີ້: