ເປັນນິມິດໝາຍໃໝ່ຂອງທຸລະກິດໃນປະເທດຫວຽດນາມທີ່ໄດ້ສົ່ງລົດທີ່ຜະລິດຢູ່ຫວຽດນາມໂດຍຄົນຫວຽດນາມ ອອກສູ່ຕະຫຼາດໃນຫຼາຍປະເທດແລ້ວ ໃນນັ້ນມີທັງບັນດາປະເທດຕາເວັນຕົກ ແລະ ຫຼ້າສຸດຄື ສປປ ລາວເຮົາ.
ສຳລັບຢູ່ລາວ ບໍລິສັດພົງຊັບທະວີ ເປັນຜູ້ນຳເຂົ້າ ແລະກຳລັງກະກຽມຈໍາໜ່າຍລົດຫຼູຫລາ Vinfast🇻🇳 ຊຸດທໍາອິດອອກສູ່ຕະຫຼາດ, ປະຈຸບັນ ລົດໄດ້ມາຮອດມາເຖິງ ສປປລາວ ເປັນທີ່ຮຽບຮ້ອຍແລ້ວ.
Vinfast ເປັນແບຣນລົດສັນຊາດຫວຽດນາມ , ເຂົ້າສູ່ ສປປລາວ ເປັນປະເທດທໍາອິດໃນອາຊຽນ ,ຫລັງຈາກສະຫະລັດອາເມລິກາ, ການາດາ, ອົດສະຕາລີ ,ປະເທດລາວແມ່ນຕະຫຼາດອາຊຽນ ທຳອິດທີ່ຫວຽດນາມຕັ້ງເປົ້າໝາຍ.
ບໍລິສັດ VinFast Business, Trading and Service Co. , Ltd ແລະ Phongsubthavy Group Co. , Ltd ຂອງລາວໄດ້ຮັບສິດຈຳໜ່າຍ ຍານພາຫະນະ Vinfast ພຽງຜູ່ດຽວໃນລາວ.