ປະທານ ຄຳໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ລົງຢ້ຽມຢາມເມືອງວັງວຽງ ແຂວງວຽງຈັນ
ໃນຄັ້ງນີ້ໄດ້ເດີນທາງດ້ວຍລົດໄຟລາວ-ຈີນ ຄວາມໄວສູງ ຂະບວນລ້ານຊ້າງ ຈາກສະຖານີລົດໄຟນະຄອນຫຼວງວຽງຈັນ ລົງຈອດທີ່ສະຖານີລົດໄຟວັງວຽງ. ການນໍາປະຕິວັດຮຸ່ນທໍາອິດທ່ານໜຶ່ງ ທີ່ໄດ້ມີໂອກາດຂີ່ລົດໄຟຄວາມໄວສູງຂອງລາວເຮົາເອງ ຖືວ່າໄດ້ເຫັນຜົນງານອັນໃຫຍ່ຫຼວງຂອງພາລະກິດສ້າງສາ ແລະພັດທະນາປະເທດຊາດ ຕະຫຼອດໄລຍະ 46ປີ ຂອງສປປ. ລາວ.
ໂດຍໃຫ້ການຕ້ອນຮັບຂອງທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າເເຂວງໆວຽງຈັນ.
ປະທານຄໍາໄຕ ສີພັນດອນ ປີນີ້ອາຍຸ 97ປີ, 8ເດືອນກວ່າໆ
ເຄົາລົບ ແລະນັບຖື ຢ່າງສູງ! ຄົນຮຸ່ນໃໝ່ມີໂອກາດເຫັນນັກຮົບປະຕິວັດປົດປ່ອຍຊາດປະຊາທິປະໄຕຂອງຊາດ ການນໍາປະຕິວັດຮຸ່ນທໍາອິດຂອງພັກ-ລັດ.