ຂ້າມໄດ້ແຕ່ບໍ່ລອດ! ເຈົ້າຫນ້າທີ່ໄທຈັບຊາວລາວ2ຄົນພ້ອມຢ າ ບ້ າຈຳນວນ400,000ເມັດ. ພົນເຮືອຕີ ສົມບັດ ຈູຖະຫນອມ(พลเรือตรี สมบัติ จูถนอม ) ຜູ້ບັນຊາການຫນ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງ(ໄທ) ພ້ອມຕົວແທນຫນ່ວຍງານຄວາມຫມັ້ນຄົງໃນພື້ນທີ່ ຖະແຫລງຂ່າວການຈັບກຸມ ຍ າ ບ້ າ 400,000 ເມັດພ້ອມກັບຜູ້ຕ້ອງຫາຊາວລາວ 2 ຄົນ.
ຫນ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງເຂດອຸບົນຣາດຊະທານີ ໂດຍ ສະຖານີເຮືອເຂມມະຣາດ ຈັບກຸມ ຢ າ ບ້ າເປັນຈຳນວນ 400,000 ເມັດ ພ້ອມຊາວລາວ 2 ຄົນ ເຮືອກີບ 1 ລຳ ຂະນະທຳການຂົນສົ່ງ ຢ າ ບໍລິເວນບ້ານເຫນືອ ຕຳບົນເຂມມະຣາດ ອຳເພີເຂມມະຣາດ ຈັງຫວັດອຸບົນຣາດຊະທານີ ປະເທດໄທ ກ່ອນຈະນຳຜູ້ຖືກຫາ ແລະ ຂອງກາງທັງຫມົດສົ່ງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງເພື່ອດຳເນີນຄະດີຕໍ່ໄປ.
ຂໍ້ມູນຈາກ: หน่วยเรือรักษาความสงบเรียบร้อยตามลำเเม่น้ำโขง
ທີ່ມາ: ไล่ตามกระแสข่าว