ບອກເລີຍວ່າການກະທໍາກັບຄໍາເວົ້າຫາກໄປນໍາກັນມັນດີຍິ່ງ ດັ່ງສາວ ພິມ ລີພຣາຍທີ່ສໍາພາດໄວ້ໃນລາຍການວູດດີ ທຸກຄໍາເວົ້າດີ ໄດ້ທັດສະນະຄະຕິຫຼາຍຢ່າງ ໄປຫາຟັງເບິ່ງເດີ້
ພຣິມ ລີພາຍ ແມ່ຄ້າອອນລາຍ ທີ່ມີເປັນວາທະສິນສີປາກດີ ປາກຈັດ ຕົງໆແຮງໆແຕ່ຈິງໃຈ ທີ່ໂດງດັງ ນັບວ່າເປັນເບີ 1 ຫຼື ລະດັບຕົ້ນໆຂອງເມືອງໄທນະຕອນນີ້ ບໍ່ວ່າຈະຂາຍຫຍັງເຮັດຫຍັງກໍໂດ່ງດັງ ເປັນທີ່ນິຍົມ ນອກຈາກນັ້ນສາວຄົນນີ້ຍັງເປັນຄົນທີ່ເກັ່ງໃນຫຼາຍໆເລື່ອງ ເປັນທັງນັກຮ້ອງສຽງມ່ວນອີກນໍາ
.
ເປັນອີກໜຶ່ງສາວທີ່ມັກຊ່ວຍເຫຼືສັງຄົມ ແລະ ຄົນທຸກຢາກສະເໝີ ນາງເຮັດໃຫ້ຮູ້ວ່າແມ່ຄ້າບໍ່ແມ່ນອາຊີບທີ່ດ້ອຍຄ່າ ເປັນອາຊີບທີ່ມີກຽດບໍ່ແພ້ອາຊີບອື່ນ ເພາະເມື່ອກ່ອນມີຄົນເຄີຍດູຖູກຕົນເອງໄວ້ວ່າ ເປັນພຽງແມ່ຄ້າຫວາ ຈະພໍກິນບໍ່ ເຊິ່ງມື້ນີ້ພິສູດລ້ວວ່າແມ່ຄ້າກໍມີ ກໍລໍ້າລວຍ ແລະ ຊ່ວຍເຫຼືອຄົນອື່ນໄດ້ຄືກັນ
ກົດຫຼັກຂອງການຄ້າຂາຍ “ບໍ່ແມ່ນພຽງເອົາກໍາໄລ ຫຼື ເງິນຫຼາຍ ບາງຄັ້ງຕ້ອງຍອມຂາດທຶນ ທໍ່ທຶນ ເພື່ອໃຫ້ລູກຄ້າໄດ້ສິ່ງທີ່ດີ ຈື່ເຮົາຈື່ສິນຄ້າ ຕິດສິນຄ້າ ຕິດໃນການບໍລິການ ແລ້ວກັບມາຊື້ຊໍ້າ ແລະ ບອກຕໍ່ ຈື່ງເຮັດໃຫ້ເຮົາມີລູກຄ້າ ມີຄວາມໜ້າເຊື່ອຖື”ແລະການໝືອນປະຕິບັດກັບລູກນ້ອງຫຼືຄົນຮ່ວມງານ “ເປັນເຈົ້ານາຍຢ່າເອົາເງິນຄົນດຽວ ຄິດກັບລູກນ້ອງເນຫຸ້ນສ່ວນຫຸ້ນສ່ວນ”
ລອງເອົາໄປປັບໃຊ້ເບິ່ງເດີ້ ຈາກ ພິມ ລີພາຍ.