ປກສ ແຂວງບໍລິຄຳໄຊ ຢຶດຢ າໄດ້ 2.406.000 ເມັດ ສ່ວນຜູ້ກະທຳຜິດໄດ້ຫຼົບໜີເຂົ້າປ່າ
ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ າ ນ ຢ າ ເ ສ ບ ຕິ ດ ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ລາຍງານໃຫ້ຮູ້ວ່າ:ໃນວັນທີ 16 ທັນວາ 2021 ໄດ້ຮັບລາຍງາຍຈາກພົນລະເມືອງດີວ່າ: ຈະມີກຸ່ມຄົນຂົນສົ່ງ ຢ າ ຈາກບ້ານຫົງທອງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄປປະເທດເພື່ອນບ້ານ
ເຈົ້າໜ້າທີ່ຈຶ່ງໄດ້ຈັດກຳລັງວິຊາສະເພາະ ເພື່ອກັກຕົວໃນຄະນະທີ່ພວກກ່ຽວກຳລັງເຄື່ອນໄຫວຂົນສົ່ງຢາບ້າໂດຍນຳໃຊ້ລົດຈັກໃນການລຳລຽງເພື່ອຂົນລົງມາໃສ່ເຮືອຈັກ.
ເຈົ້າໜ້າທີ່ຈຶ່ງສາມາດຍືດ ຢ າບ້ າໄດ້ ຈຳນວນ 6 ເປົາມີທັງໝົດ 1,203 ມັດ ເທົ່າກັບ 2,406,000 ເມັດ,
ພ້ອມລົດຈັກ 2 ຄັນ ແລະ ເຮືອ 2 ລຳ.
ສ່ວນກຸ່ມຄົນດັ່ງກ່າວແມ່ນຫຼົບໜີເຂົ້າປ່າ ປັດຈຸບັນເຈົ້າໜ້າທີ່ກຳລັງຕິດຕາມຕົວມາດຳເນີນຄະດີ.