ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ທັນວາ 2021 ວ່າ ສະຫະພາບເອີຣົບ (EU) ຄາດການວ່າ ນັບແຕ່ກາງເດືອນມັງກອນ 2022 ເປັນຕົ້ນໄປ ໄວຣັສກາຍພັນ ໂອໄມຄຣອນ ຈະກາຍເປັນສາຍພັນຫຼັກແຜ່ລະບາດໃນ ອີຢູ, ທ່າມກາງຄວາມກັງວົນອາດມີຍອດຜູ້ຕິດເຊື້ອເພີ່ມສູງຂຶ້ນໃນຊ່ວງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ທີ່ຈະເຖິງນີ້.
ທ່ານ ນາງ ອົວຣ໌ໂຊລາ ຟ໋ອນ ແດ ໄລເອິນ ປະທານ ກຳມາທິການເອີຣົບ ກ່າວວ່າ: ອີຢູ ຕ້ອງກຽມຄວາມພ້ອມ ເພື່ອຮັບມືກັບການແຜ່ລະບາດຂອງສາຍພັນໂອໄມຄຣອນ, ຂະນະນີ້ ປະຊາກອນໃນອີຢູໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ແລ້ວປະມານ 66,6% ຂອງຈຳນວນປະຊາກອນທັງໝົດ, ພ້ອມສະແດງຄວາມກັງວົນວ່າ ການແຜ່ລະບາດອາດສົ່ງຜົນກະທົບຕໍ່ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ແຕ່ກໍເຊື່ອວ່າ ອີຢູ ມີຄວາມເຂັ້ມແຂງ ແລະ ມີວິທີການຮັບມມືກັບການລະບາດດັ່ງກ່າວໄດ້.
ທັງນີ້ ອັດຕາການສັກວັກຊີນໃນອີຢູ ຍັງມີຄວາມແຕກໂຕນກັນຫຼາຍພໍສົມຄວນ, ສະມາຊິກບາງປະເທດມີອັດຕາການສັກວັກແຊັງສູງ, ໃນຂະນະທີ່ອີກບາງປະເທດຍັງຕ່ຳ ເຊັ່ນ ບຸນກາລີ ທີ່ມີອັດຕາການສັກວັກຊີນພຽງ 26,6% ຂອງຈຳນວນປະຊາກອນເທົ່ານັ້ນ.