ເປັນເລື່ອງທີ່ສ້າງຄວາມຮືຮາຢູ່ໃນໂລກອອນລາຍຂອງໄທເລີຍຕອນນີ້ ສໍາລັບເລື່ອງໜຸ່ມໂຮງງານໄວ 40ປີ ຊື້ຫວຍບັດຖະບານ ໂດຍເອົາອາຍຸແຟນສາວທີ່ຫາກໍ່ເລີກກັນດປັນເລກເດັດ ຖືກລາງວັນທີ 1 ຮັບໄປເລີຍ 6ລ້ານບາດ
ເຊິ່ງຜູ້ໂຊກດີຄົນນີ້ຊື່ວ່າ ຈໍາລອງ ຜູ້ກ່ຽວເປີດເຜີຍວ່າ ຕອນທໍາອິດບໍ່ຮູ້ວ່າຈະຊື້ເລກຫຍັງ ຈຶ່ງຊື້ເລກປີເກີດຂອງແຟນເກົ່າທີ່ຫາກໍ່ເລີກກັນໄປ ຈາກຮ້ານແຟວໃກ້ບ້ານ.
ໂດຍບໍ່ໄດ້ຝັນ ຫຼື ມີລາງສັງຫອນໃດໆ ພ້ອມກັບຢືນຢັນວ່າ ຈະຍັງຄົງເຮັດວຽກທີ່ໂຮງງານແຫ່ງນີ້ຄືເກົ່າ ສ່ວນເງິນທີ່ໄດ້ຍັງບໍ່ມີແຜນການຈະໃຊ້ ພຽງແຕ່ຈະນໍາໄປຝາກທະນາຄານໄວ້ກ່ອນ ປລ້ວຈຶ່ງຕາມຫຼັງ.
ໂດຍຄໍາເວົ້າຂອງນຸ່ມຄົນນີ້ເຜີຍວ່າ ຈະນໍາເງິນໄປໃຊ້ໜີ້ທະນາຄານທີ່ຊື້ເຮືອນໄວ້ລາຄາ 1ລ້ານກວ່າບາດ ທີ່ເຫຼືອກໍເກັບໄວ້ກ່ອນ ແລະຈະເດີນທາງໄປຫາແມ່ໃນຊ່ວງປີໃໝ່ພໍເີ ຈຶ່ງຈະໄປເຮັດບຸນຢູ່ບ້ານພ້ອມ ສ່ວນວຽກທີ່ເຮັດກໍ່ຍັງຄົງເຮັດທີ່ບໍລິສັດນີ້ຕໍ່ໄປ.