ການແຜ່ລະລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກເຮັດໃຫ້ຂາດແພດໝໍ
ຂ່າວຕ່າງປະເທດລາຍງານໃນວັນທີ 13 ເດືອນທັນວາ : ບົດລາຍງານ ສະພາບພະຍາບານ ສາ ກົນ (ICN) ຊຶ່ງມີສະມາຊິກຫຼາຍກວ່າ 27 ລ້ານຄົນ ໃນ 130 ປະເທດລະບຸວ່າ: ການແຜ່ລະບາດຂອງພະຍາດ ໂຄວິດ-19 ທົ່ວໂລກ
ເປັນເວລາດົນນານ ເຮັດໃຫ້ແພດໝໍຈຳນວນຫຼວງຫຼາຍເກີດພາວະມີຄວາມກັງວົນ ແລະ ມີທ່າອຽງລາອອກຈາກງານເພີ່ມຂຶ້ນສອງເທົ່າກວມເອົາ 20-30% ພາຍໃນປີດຽວ.
ອົງການອະນາໄມໂລກ (WHO) ລາຍງານການເສຍຊີວິດຂອງແພດໝໍຢ່າງໜ້ອຍ 115.000 ຄົນ
ນັບຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດ ໂຄວິດ-19. ຢ່າງໃດກໍຕາມ ICN ເຊື່ອວ່າ ຕົວເລກຕົວຈິງ ອາດຈະສູງກວ່ານັ້ນ. ຕາມການປະເມີນໃຫ້້ຮູ້ວ່າ ໂລກພວມຜະເຊີນກັບພາວະຂາດແຄນແພດໝໍປະມານ 6 ລ້ານຄົນ ເມື່ອທຽບໃສ່ໃນໄລຍະກ່ອນເກີດການແຜ່ລະບາດໃນຄັ້ງນີ້.ສະຖານະການມີທ່າອຽງຢຸດຈຶ້ງ ເນື່ອງຈາກແພດໝໍປະມານ 4,75 ລ້ານຄົນ ຢູ່ໃນລະຫວ່າງອາຍຸໃກ້ບໍານານ.
ທີ່ມາ: ໜັງສືພິມປະຊາຊົນ