ເລື່ອງນີ້ແບບເຮັດເອົາແຟນໆອົກຫັກໄປນໍາເລີຍ ສໍາລັບຄູ່ຮັກດາລາຂ້າມຊ່ອງຢ່າງ ເວຍ ແລະ ເບວລ້າ ທີ່ຮັກກັນມາດົນນນານເຖິງ 9 ປີ ຈົນຈະແຕ່ງດອງກັນແລ້ວ ແຕ່ຫຼ້າສຸດກໍເລີກກັນ
ຫຼັງຈາກເລີກກັນໜຸ່ມເວຍກໍອອກມາເປີດໃຈຄັ້ງທໍາອິດກັບສື່ໄທວ່າ
ການເລີກກັນເປັນການຕົກລົງຫຼຸດສະຖານະການເປັນແຟນລົງມາເປັນອ້າຍນ້ອງທີ່ຫຼ່ວງໃຍກັນ ບໍ່ກ່ຽວກັບມືທີ 3, ບໍ່ເສຍດາຍເວລາທີ່ຜ່ານມາ
.
ເພາະການໄດ້ຮູ້ຈັກກັນມັນດີຢູ່ແລ້ວ ໄດ້ຮູ້ຈັກ ໄດ້ຮຽນຮູ້ ໄດ້ຮັກກັນມາ 9 ປີ ກໍພິເສດໝາຍແລ້ວ ມັນດີທີ່ສຸດແລ້ວ
ມູນອອນໄດ້ຢູ່ແລ້ວ ທຸກຄົນກໍຕ້ອງມູມອອນເລື້ອຍໆ ຄ່ອຍໆເບິ່ງກັນໄປ