ຊະນະເລີດໄປເລີຍ ພິມລີ່ພາຍວຸດປັງ ເປີດມິຕິໃໝ່ແຫ່ງການເປີດໄລຟສົດຂາຍເຄື່ອງ ຂົນແດ້ນເຊີ ດາວເຕັ້ນ ມາຮ່ວມເຕັ້ນກັນກະຈາຍ ເຮັດໃຫ້ຄົນເບິ່ງພຸ່ງຂື້ນສູງເກືອບ 2ແສນຄົນ.
ຖືເປັນມິຕິໃໝ່ຂອງການເປີດໄລຟສົດຂາຍເຄື່ອງເລີຍກໍ່ວ່າໄດ້ ສໍາລັບຢູທູບເບີ ແລະ ແມ່ຄ້າອອນລາຍຊື່ດັງ ພິມລີ່ພາຍ ທີ່ກ່ອນໜ້ານີ້ເຄີຍສ້າງຕໍານານບົດໃໝ່ກັບການຂາຍກ່ອງສຸ່ມກ່ອງລະ 1ແສນບາດພາຍໃນ 10ນາທີ ຍອດແຕະຮອດ 100ລ້ານບາດມາແລ້ວ.
ຫຼ້າສຸດ ໃນວັນທີ 11 ທັນວາ ທີ່ຜ່ານມາ ພິມລີ່ພາຍ ສ້າງສຽງຮືຮາສະນັ່ນໂຊຊຽວອີກຄັ້ງ ດ້ວຍການເປີດໄລຟສົດ ໃນຊຸດສີແດງກາກເພັດລະຍິບລະຍັບ ແຖມໃສ່ປີກນົກຍິ່ງໃຫຍ່ອະລັງການ ພຽງເປີດໄລຟສົດມາ 7ນາທີກໍ່ມີຄົນເຂົ້າເບິ່ງເຖິງ 140.000 ຄົນແລ້ວ.
ເທົ່ານັ້ນຍັງບໍ່ພໍ ພິມລີ່ພາຍຈັດເຕັມຂົນແດນເຊີ ຫາງເຄື່ອງ ດາວເຕັ້ນມາສ້າງສີສັນໄລຟສົດຂາຍເຄື່ອງດ້ວຍການເຕັ້ນສຸດມັນໃນເພງ ເຕັມໜ່ຽວ ຂອງອຄທລີຍາ ມາຣາສີ ແຖມ ພິມລີ່ພາຍ ຍັງມາຮ່ວມແຈມກັບແດນເຊີອີກດ້ວຍ ຈົນຄົນເບິ່ງພຸ່ງທະຍານສູ່ 2ແສນຄົນ.
ເອີ້ນໄດ້ວ່າ ເປັນມິຕິໃໝ່ຂອງການເປີດໄລຟສົດຂາຍເຄື່ອງ ທີ່ບໍ່ຊໍ້າໃຜ ແລະ ບໍ່ຄືໃຜ ບອກໄດ້ຄໍາດຽວເລີຍວ່າສຸດປັງ ຊະນະເລີດໄປເລີຍ.