ເນື່ອງໃນວັນຊາດທີ 2 ທັນວາ ທີ່ໝູນວຽນມາຄົບຮອບ 46 ປີ, ຄະນະກໍາມະການອະໄພຍະໂທດແຂວງຈໍາປາສັກ ໄດ້ນໍາສະເໜີຕໍ່ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໃນການສະເໜີໃຫ້ອະໄພຍະໂທດ -ຫຼຸດຜ່ອນໂທດ ແກ່ນັກໂທດຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດຕົນ ປະຈໍາປີ 2021 ເຊິ່ງມີທັງໝົດ 360 ຄົນ, ຍິງ 45 ຄົນ, ຕ່າງປະເທດ 07 ຄົນ, ຍິງ 03 ຄົນ. ໃນນັ້ນ ຈຳນວນນັກໂທດທີ່ໄດ້ຮັບການໃຫ້ ອ ະ ໄ ພ ຍ ະ ໂ ທ ດ ຫຼຸດ ຜ່ ອ ນ ໂ ທ ດ ທັງໝົດ ມີ 273 ຄົນ, ຍິງ 33 ຄົນ, ຕ່າງປະເທດ 06 ຄົນ, ຍິງ 03 ຄົນ, ນັ ກ ໂ ທ ດ ຂໍ້ຫ າ ຢ າ ເ ສ ບ ຕິ ດ ມີ 266 ຄົນ, ຍິງ 32 ຄົນ, ຕ່າງປະເທດ 06 ຄົນ, ຍິງ 03 ຄົນ ແລະ ຂໍ້ຫາທົ່ວໄປ ມີ 07 ຄົນ, ຍິງ 01 ຄົນ. ນອກນີ້ ຍັງໄດ້ສະເໜີໃຫ້ອະໄພ ຍ ະ ໂ ທ ດ ປ່ ອ ຍ ຕົ ວ ນັ ກ ໂ ທ ດ ຢ າ ເ ສ ບ ຕິ ດ ຈຳນວນ 86 ຄົນ, ຍິງ 12 ຄົນ, ຕ່າງປະເທດ 01 ຄົນ. ໃນນີ້ ຄະນະກຳມະການ ອ ະ ໄ ພ ຍ ະໂ ທ ດ ລ ະດັບຊາດ ໄດ້ຍ້າຍໄປປ່ອຍຕົວ ເນື່ອງໃນໂອກາດຕ້ານການແຜ່ລະບາດຂອງໂຄວິດ ທັງໝົດ.
ພິທີປະກາດອະໄພຍະໂທດ-ຫຼຸດຜ່ອນໂທດແກ່ນັກໂທດ ຄັ້ງນີ້ ອົງການໄອຍະການປະຊາຊົນແຂວງ ຮ່ວມກັບ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ຈັດຂຶ້ນໃນວັນທີ 10 ທັນວາ 2021 ຢູ່ຄ້າຍຄຸມຂັງ-ດັດສ້າງແຂວງ ໂດຍການເປັນປະທານ ຂອງ ທ່ານ ຄໍາມ່ວນ ພິລາພອນເດດ ກໍາມະການພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນເເຂວງ ຮອງປະທານ ຜູ້ປະຈໍາການຄະນະກຳມະການອະໄພຍະໂທດລະດັບແຂວງ. ມີ. ທ່ານ ປອ.ວັນນະໄຊ ຊາດຕະກຸນ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະກໍາມະການອະໄພຍະໂທດລະດັບແຂວງ, ການນໍາອົງການໄອຍະການປະຊາຊົນແຂວງ, ປກສ ແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ, ການນໍາຄ້າຍຄຸມຂັງ ດັດສ້າງ ປກສ ແຂວງ, ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດເຈົ້າໜ້າທີ່, ນັກໂທດທີ້ໄດ້ຮັບການ ອ ະ ໄ ພ ຍ ະ ໂ ທ ດ-ຫຼຸ ດຜ່ ອ ນ ໂ ທ ດ ແລະ ຍາດພີ່ນ້ອງ ເຂົ້າຮ່ວມ.
ການ ອ ະ ໄ ພ ຍ ະ ໂ ທ ດ ແລະ ຫຼຸ ດ ຜ່ ອ ນ ໂ ທ ດ ແກ່ນັກໂທດຄັ້ງນີ້ ແມ່ນເພື່ອປະຕິບັດຕາມແນວທາງນະໂຍບາຍດ້ານມະນຸດສະທຳຂອງພັກ ທີ່ມີຕໍ່ນັກໂທດຜູ້ທີ່ມີຜົນງານດີເດັ່ນໃນການດັດສ້າງຕົນເອງ. ໂດຍອີງລັດຖະບັນຍັດ ຂອງປະທານປະເທດ ສະບັບເລກ ທີ 001 /ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດ.
ໃນພິທີ ທ່ານ ຄໍາມ່ວນ ພິລາພອນເດດ ກໍາມະການພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນເເຂວງ ຮອງປະທານ ຜູ້ປະຈໍາການຄະນະກຳມະການອະໄພຍະໂທດລະດັບແຂວງ ຍັງໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກໂທດຜູ້ໄດ້ຮັບການ ອ ະ ໄ ພ ຍ ະ ໂ ທ ດ – ຫຼຸ ດ ຜ່ ອ ນ ໂ ທດ ແລະ ຕອນທ້າຍພິທີ ທ່ານ ຍັງໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ ນັ ກ ໂ ທ ດ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ