ພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ລາຍງານໃຫ້ຮູ້ວ່າ: ເວລາ 05:00 ໂມງ ຂອງວັນທີ 9 ທັນວາ 2021 ນີ້ ໄດ້ເກີດເຫດໄຟໄໝ້ສາງຢາຂອງໂຮງໝໍ 103 ທີ່ຕັ້ງຢູ່ບ້ານ ໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຊິ່ງພາຍຫລັງໄດ້ຮັບແຈ້ງເຫດ ພວກເຮົາໄດ້ຮີບຮ້ອນລະດົມລົດມອດໄຟ 3 ຄັນ ແລະ ພະນັກງານ 12 ຄົນເຂົ້າມອດໄຟ ໂດຍໃຊ້ເວລາ 4 ຊົ່ວໂມງຈຶ່ງສາມາດມອດໄຟໄດ້.
ພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງ ໃຫ້ຮູ້ຕື່ມວ່າ: ສາງດັ່ງກ່າວແມ່ນ ສາງເກັບມ້ຽນອຸປະກອນການຢາ ຂຶ້ນກັບ ກະຊວງປ້ອງກັນປະເທດ ຕັ້ງຢູ່ເຂດໂຮງໝໍ 103 ໂດຍໃຫ້ບັນດາແພດໝໍຮັບຜິດຊອບພາຍໃຕ້ການຊີ້ນໍາຂອງກົມເສນາ, ເປີດນໍາໃຊ້ແຕ່ປີ 1990 ເປັນລັກສະນະຊັ້ນດຽວ, ກໍ່ດ້ວຍຊີມັງ, ມຸງດ້ວຍກະເບື້ອງ, ເພດານເຮັດດ້ວຍແຜ່ນຢິບຊໍ້າ ມຂະຫນາດ 12×36 ແມັດ ເຊິ່ງເປັນບ່ອນເກັບມ້ຽນບັນດາອຸປະກອນການແພດ ແລະ ຢາປິ່ນປົວຊະນິດຕ່າງໆ.
ສາງຫລັງດັ່ງກ່າວນອກຈາກໄໝ້ທັງຫລັງແລ້ວ, ຕູ້ແຊ່ຢາ 5 ໜ່ວຍ, ອຸປະກອນການແພດ ແລະ ຢາປິ່ນປົວຊະນິດຕ່າງໆ ກໍຖືກໄໝ້ຈົນໝົດ. ສ່ວນສາເຫດ ແລະ ມູນຄ່າເສຍຫາຍ ຍັງຢູ່ໃນລະຫວ່າງການປະເມີນ ແລະ ການຊັນນະສູດຂອງເຈົ້າທີ່.