ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 8 ທັນວາ 2021 ວ່າ ນັກວິທະຍາສາດຈາກອາຟຣິກກາໃຕ້ ເປີດເຜີຍວ່າ ໄວຣັສກາຍພັນ ໂອໄມຄຣອນ ສາມາດຫຼຸດແອນຕີບໍດີສຳລັບຜູ້ທີ່ສັກວັກຊີນຟາຍເຊີ (Pfizer) ລົງ, ແນວໃດກໍຕາມ ຜູ້ທີ່ຢູ່ໃນຊ່ວງຟື້ນຕົວຈາກການຕິດເຊື້ອໂຄວິດ-19 ແລະ ຜູ້ທີ່ສັກເຂັມກະຕຸ້ນ (ເຂັມທີ 3) ຈະມີປະສິດທິພາບຫຼາຍກວ່າ ແລະ ສາມາດປ້ອງກັນບໍ່ໃຫ້ມີອາການຮຸນແຮງໄດ້.
ລາຍງານລະບຸວ່າ: ສະຖາບັນວິໄຈດ້ານສາທາລະນະສຸກອາຟຣິກກາໃຕ້ ແລະ ນັກວິທະຍາສາດ ໄດ້ສຶກສາຕົວຢ່າງເລືອດຂອງຜູ້ທີ່ໄດ້ຮັບວັກຊີນຟາຍເຊີຈຳນວນ 12 ຄົນ ໂດຍເນັ້ນໄປທີ່ການຮັບມືຂອງແອນຕີບໍດີໃນຮ່າງກາຍຂອງຜູທີ່ໄດ້ຮັບວັກຊີນຟາຍເຊີວ່າ ຈະສາມາດຢັບຢັ້ງບໍ່ໃຫ້ໄວຣັສກາຍພັນໂອໄມຄຣອນຕິດເຊື້ອໃນເຊວຮ່າງກາຍຂອງມະນຸດໄດ້ແນວໃດ.
ການວິໄຈຄັ້ງນີ້ ໄດ້ທົດລອງຕົວຢ່າງ “ພລາສມ່າ” ຂອງຜູ້ທີ່ໄດ້ຮັບວັກຊີນຈຳນວນ 12 ຄົນ ແລະ ຜູ້ທີ່ເຄີຍຕິດເຊື້ອໂຄວິດ-19 ມາກ່ອນ 6 ຄົນ.
ດ້ານຜູ້ບໍລິຫານບໍລິສັດຟາຍເຊີອອກມາເປີດເຜີຍກ່ອນໜ້ານີ້ວ່າ ຜູ້ທີ່ໄດ້ຮັບວັກຊີນຟາຍເຊີຄົບ 2 ໂດສ ໜ້າຈະສາມາດຫຼຸດຄວາມສ່ຽງລົງໄດ້, ແຕ່ຖ້າວ່າ ຜົນການທົດລອງບໍ່ສາມາດປ້ອງກັນໄດ້, ບໍລິສັດຟາຍເຊີ ກໍພ້ອມຈະພັດທະນາວັກແຊັງຂຶ້ນມາໃໝ່ ໂດຍເນັ້ນໄປທີ່ເພື່ອຮັບມືກັບເຊື້ອໄວຣັສກາຍພັນໂອໄມຄຣອນໂດຍສະເພາະ ເຊິ່ງຄາດວ່າໃນເດືອນມີນາປີໜ້າຈະສາມາດຜະລິດອອກມາໄດ້ ແຕ່ໃນຂະນະນີ້ ບໍລິສັດຍັງຢູ່ໃນຂັ້ນຕອນທົດສອບ ເພື່ອກວດຂໍ້ມູນທີ່ຊັດເຈນກ່ອນ.