ຝາກໄວ້ເປັນບົດຮຽນຊີວິດ ໃຫ້ແກ່ເຮົາທຸກຄົນ ຖ້າທ່ານເມື່ອຍ ທີ່ຕ້ອງດິ້ນຮົນຕໍ່ສູ້ກັບຊີວິດດ້ວຍໂຕຄົນດຽວມາຕະຫລອດ ຂໍໃຫ້ 10 ຂໍ້ນີ້ເຕືອນໃຈທ່ານຢູ່ສະເຫມີ
1 ລອງຈັບເສັ້ນຊີບພະຈອນທ່ານເບີ່ງ ແລ້ວຈົ່ງຂອບໃຈທີ່ທ່ານຍັງມີຊີວິດຢູ່ ເມື່ອທຸກຢ່າງຜິດພາດໄປຫມົດ ເຮົາມັກຈະລືມຄຶດເຖິງຄຸນຄ່າໃນສິ່ງທີ່ເຮົາມີຢູ່ ຈື່ຈຳໄວ້ວ່າ ເຖິງແມ່ນວ່າຊີວິດຈະພົບແຕ່ສິ່ງຊົ່ວຮ້າຍ ແຕ່ທ່ານມີໂອກາດທີ່ຈະເຮັດໃຫ້ທຸກສິ່ງກັບມາດີຄືເກົ່າໄດ້ ຍ້ອນວ່າທ່ານຍັງມີຊີວິດ ແລະມີລົມຫາຍໃຈຢູ່
2 ບໍ່ວ່າຕອນນີ້ທ່ານຈະຮູ້ສຶກແນວໃດກະຢ່າ? ຈົ່ງລຸກຈາກບ່ອນນອນ ແລະແຕ່ງໂຕສາ
3 ຫນຶ່ງການຕັດສິນໃຈຂອງທ່ານ ສາມາດປ່ຽນຊີວິດຂອງທ່ານໄດ້
4 ແຮງຂ້ອຍອາຍຫລາຍຂຶ້ນພຽງໃດ ເຮົາແຮງມີຄຶດຫລາຍຍິ່ງຂຶ້ນ ເຮົາທຸກຄົນຕ່າງກໍບໍ່ຮູ້ວ່າຕົນເອງກຳລັງເຮັດສິ່ງໃດຢູ່
5.ໃຫ້ພະຍາຍາມຊອກຫາສິ່ງດີໆ ໃນແຕ່ລະວັນ
6 ບາງເທື່ອສິ່ງຮ້າຍໆ ທີ່ເກີດຂຶ້ນໃນຊີວິດ ອາດຈະເປັນໂຕນຳທາງເຮົາ ໄປສູ່ສິ່ງທີ່ດີທີ່ສຸດກໍເປັນໄດ້
7 ຊີວິດທີ່ງົດງາມ ບໍ່ຈຳເປັນຕ້ອງສົມບູນເຟີເຟັກ
8 ໃນຍາມສຸກ ຈົ່ງເອີ່ຍຂອບໃຈ ແລະສະເຫລີມສະຫລອງ
9 ໃຫ້ຈື່ໄວ້ສະເຫມີວ່າ ສະຖານະການປະຈຸບັນ ບໍ່ແມ່ນຈຸດຫມາຍສຸດທ້າຍຂອງຊີວິດທ່ານ
10 ຝາກໄວ້ໃຫ້ຄຶດ ເປັນແນວທາງຊີວິດໃຫ້ກັບເຮົາທຸກຄົນ