ຈົນບໍ່ຈື່ ນັກຮ້ອງໜຸ່ມ ໄທ ທະນາວຸດ ເຮັດໜ້າໃໝ່ມາ ຂໍຫຼໍ່ໃນໄວ 52 ວ່າຊັ້ນ, ເຫັນໜ້າຈົນບໍ່ຈື່ ແທບບໍ່ເຫຼືອພາບເກົ່ານັກຮ້ອງຜິວເຂັ້ມໜ້າຄົມເລີຍກໍ່ວ່າໄດ້.
ແອັດເຊື່ອວ່າຫຼາຍຄົນຕ້ອງຮູ້ຈັກນັກຮ້ອງໜຸ່ມຄົນນີ້ແນ່ນອນ ໜຸ່ມ ໄທທະນາວຸດ ເຈົ້າຂອງຫຼາຍເພງດັງເປັນຕົ້ນແມ່ນ ຂ້າມັນລູກທຸ່ງ, ໄມ່ສົມສັກສີ, ຄົນທັ້ງຄົນ, ນາງຟ້າໃນວົງເຫຼົ້າ ແລະ ອີກຫຼາຍໆເພງ.
ໂດຍມາເຫັນໜຸ່ມໄທໃນຄັ້ງນີ້ ໜ້າປ່ຽນໄປຫຼາຍ ເຖິງວ່າອາຍຸຈະເຂົ້າຫຼັກ 5ແລ້ວ ແຕ່ວ່າໜ້າຍັງຫຼໍ່ ເພາະສັນຍະກໍາມາແລ້ວ ໂດຍໜຸ່ມໄທ ທະນາວຸດເປີດເຜີຍວ່າ: ສ່ວນຕົວແລ້ວ ມີຄວາມສຸກກັບຜົນທີ່ໄດ້ຮັບຈາກການເຮັດຫຼໍ່ໃນຄັ້ງນີ້ຫຼາຍ ເຖິງແມ່ນວ່າຈະແອບເຂີນເລັກນ້ອຍໃນຕອນທີ່ຄົນອ້ອມຂ້າງຢອກ ຫຼື ແຊວຕົນເອງ.
ທັ້ງນີ້, ໜຸ່ມໄທຍັງບອກອີກວ່າ ໃຊ້ເວລາດົນຫຼາຍສົມຄວນໃນການຕັດສິນໃຈເຮັດສັນຍະກໍາໃນຄັ້ງນີ້ ແຕ່ຫຼັງເຮັດໄປແລ້ວກັບໄດ້ຮັບສຽງຕອບກັບຈາກປໍແຟນດີດີຫຼາຍ ກໍ່ເຮັດໃຫ້ຮູ້ສຶກສະບາຍໃຈຂຶ້ນ.
ເວົ້າແລ້ວ ລອງມາເບິ່ງໜ້າໃໝ່ຂອງໜຸ່ມໄທນໍາກັນ ວ່າຫຼໍ່ຂຶ້ນຫຼາຍສໍ່າໃດ.