ຄົນເກີດວັນຈັນ:ການງານໄດ້ພົບຜູ້ໃຫຍ່ອຸປະຖຳຊ່ວຍເຫລືອເຮັດໃຫ້ທຸລະກິດເກີດຄວາມສຳເລັດ ການເງິນພົບຜູ້ອຸປະຖຳທາງການເງິນ ເຂົ້າມາຊ່ວຍໃນເລື່ອງການລົງທຶນ ຄວາມຮັກໄດ້ພົບຄູ່ຄອງທີ່ດີເຂົ້າມາໃຫ້ຮູ້ຈັກ ໃຫ້ທ່ານໄດ້ມີຄວາມສຸກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີເທົາ ເລກນຳໂຊກ6
ຄົນເກີດວັນອັງຄານ:ການງານເຮັດທຸລະກິດທາງດ້ານການຄ້າຂາຍຈະເຮັດໃຫ້ທ່ານສໍາເລັດ ການເງິນພົບເລື່ອງໄດ້ເງິນເປັນຈຳນວນຫລາຍໃນການລົງທຶນ ຄວາມຮັກໄດ້ພົບຮັກແບບບໍ່ທັນຕັ້ງໂຕ ອາດເປັນຄົນທີ່ໃກ້ໂຕທ່ານ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນພຸດ:ການງານເຮັດທຸລະກິດເປີດຮ້ານຄ້າຂາຍ ຈະຊ່ວຍໃຫ້ທ່ານມີລາຍໄດ້ເພີ່ມຂັື້ນ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຊ້ຈ່າຍເປັນຈໍານວນຫຼາຍ ຄວາມຮັກໄດ້ພົບຄົນທີ່ທ່ານອາດຈະຮູ້ຈັກມາກ່ອນ ອາດມາໃນຮູບແບບເນື້ອຄູ່ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ2
ຄົນເກີດວັນພະຫັດ:ການງານເກີດການປ່ຽນແປງຍົກຍ້າຍວຽກງານໃໜ່ອາດບໍ່ໄດ້ຕັ້ງໂຕ ການເງິນພົບເລື່ອງເສຍເງິນກັບການສັ່ງຊື້ສິນຄ້າ ຄວາມຮັກໄດ້ພົບຮັກກັບຄົນຜິວຂາວ ອາດມາໃນຮູບແບບໝູ່ຄູ່ ເຄື່ອງມຸງຄຸນຫິນນໍາໂຊກສີຂາວ ສີມຸງຄຸນສີບົວ ເລກນຳໂຊກ1
ຄົນເກີດວັນສຸກ:ການງານເຮັດທຸລະກິດຂາຍຂອງແຟຊັ່ນໄດ້ກຳໄລດີ ການເງິນເສຍເງິນຊື້ເຄື່ອງມືສິ່ງໃໝ່ເຂົ້າມາ ຄວາມຮັກໄດ້ພົບຄົນຜິວຂາວອາຍຸນ້ອຍກວ່າທ່ານ ເຂົ້າມາໃຫ້ຮູຈັກ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນເສົາ:ການງານມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງໃນດ້ານການງານ ການເງິນໄດ້ພົບຜູ້ອຸບປະຖຳທາງການເງິນ ຄວາມຮັກລະວັງມີບັນຫາກັບຄົນຮັກ ຊື່ງບັນຫານີ້ເກີດມາຈາກຕົວທ່ານເອງ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ2
ຄົນເກີດວັນອາທິດ:ການງານຈະໄດ້ກຳໄລຈາກການຄ້າຂາຍ ຈາກທຸລະກິດລາຍໄດ້ເສີມ ການເງິນພົບເລື່ອງເສຍເງິນເປັນຈຳນວນຫລາຍໃນໄລຍະນີ້ ຄວາມຮັກມີໂອກາດພົບຮັກກັບຄົນອາຍຸນ້ອຍກວ່າ ລາວອາດເຂົ້າມາເປັນສ່ວນໜຶ່ງໃນຊີວິດທ່ານ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ8