ວິທີເບິ່ງແຍງສຸຂະພາບໃຫ້ຫ່າງໄກຈາກພະຍາດຄວາມດັນເລືອດສູງ

    0
    20

    ພະຍາດຄວາມດັນເລືອດສູງ ເປັນພະຍາດງຽບເນື່ອງຈາກສ່ວນຫລາຍມັກບໍ່ມີອາການ ຫລື ອາການສະແດງໃຫ້ເຫັນ, ແຕ່ມັກກວດພົບໂດຍບັງເອີນ. ໃນກໍລະນີທີ່ມີຄວາມດັນເລືອດສູງຫລາຍ ຄົນປ່ວຍອາດຈະມີອາການມຶນບໍລິເວນງ່ອນ, ວິນຫົວ ຫລື ມີອາການແໜ້ນໜ້າເອິກ, ປຸ້ນທ້ອງປວດຮາກ, ຜູ້ທີ່ມີຄວາມດັນເລືອດສູງຊ້ຳເຮື້ອທີ່ບໍ່ສາມາດຄວບຄຸມຄວາມດັນເລືອດໃຫ້ຢູ່ໃນ ລະດັບປົກກະຕິເປັນໄລຍະເວລາດົນອາດສົ່ງຜົນໃຫ້ເກີດອາການແຊກຊ້ອນຕໍ່ອະໄວຍະວະສຳຄັນ ເຊັ່ນ : ກ້າມຊີ້ນຫົວໃຈໜາ, ຫລອດເລືອດແດງແຂງ, ຈໍປະສາດຕາເສື່ອມ, ໝາກໄຂ່ຫລັງເສື່ອມ, ພະຍາດຫລອດເລືອດສະໝອງ ເຊິ່ງເປັນອາການແຊກຊ້ອນ ທີ່ອັນຕະລາຍຢ່າງຍິ່ງ ສ່ຽງຕໍ່ການເກີດອຳມະພາດ, ກ້າມຊີ້ນຫົວໃຈຂາດເລືອດ, ໝາກໄຂ່ຫລັງວາຍ ແລະ ປາຍຫລອດເລືອດແດງ ຕີບຕັນ ຫາກມີອາການຄວາມດັນເລືອດສູງດົນໆ ບໍ່ໄດ້ຮັບການປິ່ນປົວຢ່າງສະໝ່ຳສະເໝີ ແລະ

    ຖືກຕ້ອງເໝາະສົມ ຫົວໃຈ ຕ້ອງເຮັດວຽກໜັກຫລາຍຂຶ້ນ, ກ້າມຊີ້ນຂອງຫົວໃຈຈະໜາຂຶ້ນ, ຫົວໃຈຈະໃຫຍ່ຂຶ້ນ ອາດເຮັດໃຫ້ຫົວໃຈເຕັ້ນຜິວຈັງຫວະ ຫລື ເກີດອາການຫົວໃຈລົ້ມເຫລວໄດ້. ດັ່ງນັ້ນ, ເຮົາຄວນໃຫ້ຄວາມສຳຄັນກັບການເກີດອາການຄວາມດັນເລືອດສູງ ການປ້ອງກັນ ແລະ ການປິ່ນປົວເພື່ອທີ່ຈະສາມາດຫລຸດຜ່ອນອາການແຊກຊ້ອນຕ່າງໆ. ພະຍາດຄວາມດັນເລືອດສູງເປັນພະຍາດທີ່ກວດພົບວ່າ ຄ່າຄວາມດັນເລືອດຢູ່ໃນລະດັບທີ່ສູງກ່ວາປົກກະຕິ ຄື ມີຄ່າຄວາມດັນໂຕເທິງ (Systolic : ຄ່າຄວາມດັນເລືອດໃນຂະນະທີ່ ຫລອດເລືອດຫົວໃຈບີບໂຕ) ສູງກ່ວາ 140 ມິນລີແມັດບາຫລອດ ແລະ ຄວາມດັນໂຕລຸ່ມ (Diastotic : ຄ່າຄວາມດັນເລືອດ ໃນຂະນະທີ່ຫລອດເລືອດຫົວໃຈຄາຍໂຕ) ສູງກ່ວາ 90 ມິນລີແມັດບາຫລອດ. ຄວາມດັນເລືອດສູງມັກຈະພົບຮ່ວມກັບປັດໄຈສ່ຽງ ອື່ນໆຂອງກຸ່ມອາການຜິດປົກກະຕິທາງເມຕາບໍລິຊຶມ ເຊັ່ນ : ໄຂມັນໃນເລືອດສູງ ຫລື ລະດັບນ້ຳຕານໃນເລືອດສູງ. ນອກຈາກນີ້, ຍັງມີປັດໄຈສ່ຽງອື່ນໆ ເຊັ່ນ : ຂາດການອອກກຳລັງກາຍ, ພະຍາດຕຸ້ຍ, ມີຄວາມເຄັ່ງຄຽດຊ້ຳເຮື້ອ, ດື່ມເຄື່ອງດື່ມອານກໍຮໍ, ສູບຢາ, ກິນອາຫານທີ່ເຄັມຫລາຍເປັນປະຈຳ.

    ນອກຈາກນີ້, ຄວາມດັນເລືອດສູງອາດມີສາເຫດມາຈາກອາການໝາກໄຂ່ຫລັງວາຍ, ຊີ້ນປົ່ງຂອງຕ່ອມຮວຍໝາກໄຂ່ຫລັງ, ພະຍາດຂອງຕ່ອມໄທຣອຍ ຫລື ຕ່ອມພາຣາໄທຣອຍ, ພະຍາດທາງລະບົບຫາຍໃຈຖືກອັດຕັນຂະນະນອນຫລັບ ຫລື ການໃຊ້ ຮໍໂມນບາງຊະນິດ ໃນການປິ່ນປົວພະຍາດຄວາມດັນເລືອດສູງຄວນມີການປະເມີນຄວາມສ່ຽງໃນການເກີດພະຍາດຫລອດເລືອດ ຫົວໃຈ ແລະ ຜົນກະທົບຕໍ່ອະໄວຍະວະຕ່າງໆທີ່ເປັນຜົນມາຈາກຄວາມດັນເລືອດສູງເປັນໄລຍະເວລາດົນ ເຊັ່ນ : ກ້າມຊີ້ນຫົວໃຈ ໜາ, ອາການຫລອດເລືອດແດງແຂງ, ໝາກໄຂ່ຫລັງເສື່ອມ ຫລື ມີໂປຣຕິນຮົ່ວໃນພົກຍ່ຽວ ແລະ ຈໍປະສາດຕາເສື່ອມຈາກ ຄວາມດັນເລືອດສູງ. ດັ່ງນັ້ນ, ເພື່ອປ້ອງກັນການເກີດພະຍາດຄວາມດັນເລືອດສູງ ເຮົາຄວນເບິ່ງແຍງດູແລຕົນເອງ, ປັບປ່ຽນ ພຶດຕິກຳການໃຊ້ຊີວິດໃຫ້ເໝາະສົມ ໂດຍການເອົາໃຈໃສ່ 3 ອ ຄື :

    ອ – ອາຫານ :ກິນອາຫານທີ່ດີຕໍ່ສຸຂະພາບ ຫລື DASH Diet (Dietary Approaches to Stop Hypertension Diet) ຄື ຫລຸດການບໍລິໂພກອາຫານທີ່ມີເກືອໂຊດຽມ, ໄຂມັນອີ່ມໂຕ, ໄຂມັນລວມ ແລະ ຄໍເລສເຕີໂຣນລົງ ແລະ ເພີ່ມການກິນອາຫານທີ່ມີໄຍອາຫານ, ໂປຣຕິນ, ການຊຽມ, ແຮ່ທາດຕ່າງໆ ເຊັ່ນ : ໂປຕັສຊຽມ ແລະ ແມັກນີຊຽມ ໄດ້ແກ່ : ຜົກ, ຖົ່ວ, ໝາກໄມ້, ທັນຍາພືດທີ່ບໍ່ຜ່ານຂະບວນການຜັດສີ (Whole Grains), ປາ, ໄຂມັນບໍ່ອີ່ມໂຕ ແລະ ຫລຸດການບໍລິໂພກຊີ້ນແດງ, ງົດການກິນນ້ຳຫວານ ແລະ ນ້ຳອັດລົມ.

    ອ – ອອກກຳລັງກາຍ :ຫລຸດເວລານັ່ງ, ເພີ່ມເວລາຢືນ, ຍືດເວລາຍ່າງ, ອອກກຳລັງກາຍເພື່ອສຸຂະພາບ ໃຫ້ຫົວໃຈ, ປອດ, ລະບົບໝູນວຽນເລືອດແຂງແຮງ, ຄວບຄຸມນ້ຳໜັກໂຕ ແລະ ຄວນອອກກຳລລັງກາຍຢ່າງສະໝ່ຳສະເໝີ 3 – 5 ເທື່ອຕໍ່ອາທິດ.

    ອ – ອາລົມ :ເຮັດອາລົມໃຫ້ແຈ່ມໃສ, ບໍ່ເຄັ່ງຄຽດ. ນອກຈາກງົດສູບຢາ ແລະ ເຄື່ອງດື່ມອານກໍຮໍທຸກຊະນິດ ການປັບປ່ຽນພຶດຕິກຳ ຫັນມາເອົາໃຈໃສ່ສຸຂະພາບ, ຮູ້ຈັກອອກກຳລັງກາຍໃຫ້ເໝາະສົມ ແລະ ຮູ້ຈັກເສີມສ້າງສຸຂະພາບ ຈິດທີ່ດີ ເປັນຫົນທາງສູ່ການມີສຸຂະພາບດີ ຍ່ອມຊ່ວຍໃຫ້ໂຕເຮົາຫ່າງໄກຈາກພະຍາດຄວາມດັນເລືອດສູງໄດ້ເຊັ່ນກັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.