ຄົນເກີດວັນຈັນ:ການງານເລີ່ມຕົ້ນທຸລະກິດຈະພົບອຸປະສັກອາດເຮັດໃຫ້ທ່ານມີອາການທໍ້ ການເງິນຊ່ວຍເຫລືອຄົນທີ່ມີຄວາມເດືອດຮ້ອນແລ້ວທ່ານຈະໄດ້ສິ່ງດີໆກັບມາ ຄວາມຮັກປະຕິເສດເລື່ອງຄວາມຮັກ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີຂາວ ເລກນຳໂຊກ6
ຄົນເກີດວັນອັງຄານ:ການງານ ໃຊ້ເຕັກນິກພິເສດໃນການສ້າງຜົນງານໃໝ່ເຂົ້າມາ ການເງິນການເຈລະຈາຈະເຮັດໃຫ້ໄດ້ເງິນເຂົ້າມາໃຊ້ຈ່າຍ ຄວາມຮັກອາດປະທະຄາລົມກັບຄົນຮັກ ຕ້ອງລະວັງເລື່ອງອາລົມໃຈຮ້ອນຂອງກັນໃຫ້ຫຼາຍ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ3
ຄົນເກີດວັນພຸດ:ການງານເຮັດທຸລະກິດການບໍລິການ ການຄ້າທາງຊັບສິນຈະໄດ້ກຳໄລດີ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຫ້ທ່ານໄດ້ດີໃຈ ຄວາມຮັກໄດ້ພົບຄົນເກັ່ງ ມີຄວາມສາມາດເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຟ້າ ເລກນຳໂຊກ7
ຄົນເກີດວັນພະຫັດ:ການງານໃຊ້ເຕັກນິກພິເສດໃນການເຮັດທຸລະກິດຈະໄດ້ຜົນຕອບຮັບທີ່ດີ ການເງິນມື້ນີ້ດວງດີຈະໄດ້ເງິນກ້ອນເຂົ້າມາໃຫ້ທ່ານໄດ້ໃຊ່ຈ່າຍ ຄວາມຮັກພົບຮັກບໍ່ຄາດຝັນ ຫຼື ບັງເອີນພົບກັບຄົນທີ່ທ່ານອາດຄິດວ່າບໍ່ແມ່ນເນື້ອຄູ່ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ2
ຄົນເກີດວັນສຸກ:ການງານໄດ້ຮ່ວມເຮັດທຸລະກິດກັບຄົນທີ່ຮັກແພງ ແລະ ຈະເຮັດໃຫ້ຈະເລີນກ້າວໜ້າ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຊ້ຈ່າຍ ຄວາມຮັກມີໂອກາດສ້າງຄວາມສຳພັນທີ່ດີກັບຄົນທີ່ຮັກແອບມັກ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີຂຽວ ເລກນຳໂຊກ1
ຄົນເກີດວັນເສົາ:ການງານການເຈລະຈາຕໍ່ລອງ ເກີດຄວາມສຳເລັດທີ່ດີໃນເລື່ອງຂອງວຽກງານ ການເງິນໄດ້ໂຊກຈາກຜູ້ໃຫຍ່ຊ່ວຍອຸປະຖໍາທາງດ້ານການເງິນທີ່ດີ ຄວາມຮັກ ໄດ້ພົບຄົນໃຈຮ້ອນເຂົ້າມາໃຫ້ທ່ານຮູ້ສຶກຮັກ ແຕ່ກໍລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ0
ຄົນເກີດວັນອາທິດ:ການງານພົບການປ່ຽນແປງໂຍກຍ້າຍວຽກງານໃນໄລຍະນີ້ ການເງິນພົບເລື່ອງເສຍເງິນຈໍານວນຫຼາຍໃນໄລຍະນີ້ ຄວາມຮັກໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົນທີ່ມີຄວາມສາມາດ ມີສະເໜ່ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ8