ວັນທີ 22 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 222 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 222 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 75 ຄົນ (ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 25 ຄົນ ( 2 ຄົນ ເປັນກໍລະນີນຳເຂົ້າ)( 33 ຄົນ ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 9 ຄົນ ( 5 ຄົນ ເປັນກໍລະນີນຳເຂົ້າ) ( 4 ຄົນ ໃນຊຸມຊົນ), ແຂວງສາລະວັນ: 1 ຄົນ (ເປັນກໍລະນີນຳເຂົ້າ) ( ຄົນ ໃນຊຸມຊົນ) , ແຂວງຄຳມ່ວນ 37 ຄົນ ( 2 ຄົນ ເປັນກໍລະນີນຳເຂົ້າ) ( 35 ຄົນ ໃນຊຸມຊົນ) , ແຂວງຫຼວງພະບາງ 16 ຄົນ ( 2 ຄົນ ໃນຊຸມຊົນ) ( 14 ຄົນ ໃນຊຸມຊົນ) , ແຂວງບໍ່ແກ້ວ ( 2 ຄົນ ໃນຊຸມຊົນ) , ຊຽງຂວາງ 8 ຄົນ (ໃນຊຸມຊົນ) , ແຂວງວຽງຈັນ ( 44 ຄົນ ໃນຊຸມຊົນ) ຫຼວງນ້ຳທາ 3 ຄົນ, ແຂວງບໍລິຄຳໄຊ ( 1 ຄົນ ໃນຊຸມຊົນ) ແຂວງອັດຕະປື ( 1 ຄົນ ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ