ຮຸ້ງກິນນ້ຳ ຫຼີ ຈະເອີ້ນພາສາບ້ານໆວ່າ ອີ່ຮຸ້ງ,ອີ່ລຸ້ງກິນນ້ຳ ເປັນປະກົດການໜຶ່ງທາງທຳມະຊາດທີ່ສວຍງາມ ໃຫ້ເຮົາໄດ້ເຫັນກັນ ເມື່ອມີຝົນຕົກ ແລ້ວ ແດດອອກ
ເຊື່ອວ່າຫຼາຍໆຄົນຄົງເຄີຍເຫັນ ແລະ ມື້ນີ້ 19 ກໍລະກົດ ຝົນຕົກ ແລະ ແດດອອກ ກໍເຫັນປາກົດການນີ້ເກີດຂຶ້ນ ສວຍງາມຫຼາຍ
ເຊິ່ງຮຸ້ງກິນນ້ຳ ມັກເກີດຂຶ້ນຫຼັງຈາກຝົນຕົກແລ້ວ ເກີດຈາກດວງຕາເວັນສ່ອງຜ່ານລະອອງນ້ຳໃນອາກາດ ຫັກເຫເຂົ້າສູ່ສາຍຕາເປັນມຸມ 40-42 ອົງສາ ປາກົດໃຫ້ເຫັນເປັນເສັ້ນໂຄ້ງຫຼາຍສີເທິງທ້ອງຟ້າ
ໂດຍລຽງລຳດັບຈາກລຸ່ມຂຶ້ນເທິງ ແລ້ວໃຫຍ່ ແລະ ຈາງອອກ ມີສີ ມ່ວງ ຄາມ ນ້ຳເງິນ ຂຽວ ເຫຼືອງ ແສດ ແດງ
[wpcc-iframe title=”ອີ່ຮຸ້ງກິນໍ້າ ປາກົດການທໍາມະຊາດ ຝົນຕົກແດດອອກ รุ้งกินน้ำ” width=”1040″ height=”585″ src=”https://www.youtube.com/embed/J3I2nDlgBOs?feature=oembed” frameborder allow=”accelerometer; autoplay; clipboard-write; encrypted-media; gyroscope; picture-in-picture” allowfullscreen]
ຈາກ: NARIT สถาบันวิจัยดาราศาสตร์แห่งชาติ, AMR